ຜົນ​ການ​ຊອກຫາ​ສຳລັບ computer
ວິທີແກ້ໄຂບັນຫາຄອມພິວເຕີຊ້
            ບັນຫາຄອມພິວເຕີຊ້າ ອາດມີ 2 ສາເຫດຄື: ໃຊ້ ງານໄປດົນໆແລ້ວຊ້າ ໃນໄລຍະນີ້ອາດເກິດຈາກລະ ບົບມີຟາຍທີ່ເປັນຂີ້ເຫຍື້ອ ຫຼື ຂໍ້ມູນ ແລະ ໂປຼແກຼມຫຼາຍເກີນໄປ ວິທີແກ້ໄຂ ຄື ຕ້ອງຈັດການຂໍ້ມູນ ແລະ ຟາຍ ໃຫ້ລະບົບກັບ ມາເປັນປົກກະຕິຄືເກົ່າ ລວມເຖິງການຈັດການພື້ນທີ່ໃນຄອມພິວເຕີ ໃຫ້ມີພື້ນທີ່ຫວ່າງພໍສຳລັບການເຮັດວຽກ.

ອີກໜຶ່ງສາເຫດທີ່ເຮັດໃຫ້ຄອມພິວເຕີຊ້າລົງກໍ່ຄື: ຮາດແວທີ່ໃຊ້ງານຢູ່ເກົ່າເກີນໄປ ເຮັດໃຫ້ບໍ່ສາມາດຮອງ ຮັບຊອບແວ ບໍ່ວ່າຈະເປັນເກມ ຫຼື ແອັບພຼີເຄຊັນໃໝ່ໆໄດ້ດີ ການແກ້ໄຂກໍ່ຕ້ອງອັບເກຼດ ຫຼື ປ່ຽນຄອມພິວເຕີເຄື່ອງ ໃໝ່ ເປັນແນວທາງທີ່ ເໝາະສົມຢ່າງຍິ່ງ ແຕ່ໃນບາງກໍລະນີ ການແກ້ໄຂແບບປະສົມປະສານຮ່ວມກັນ ລະຫວ່າງ ການຈັດການຂໍ້ມູນ ແລະ ອັບເກຼດ ກໍສາມາດຊ່ວຍໃຫ້ຄືກັບໄດ້ໃຊ້ຄອມພິວເຕີໜ່ວຍໃໝ່ ແລະ ເສຍຄ່າໃຊ້ຈ່າຍ ໜ້ອຍລົງ.
ມາເບິ່ງຂັ້ນຕອນກັນດີກວ່າວ່າມີຫຍັງແນ່:
1. ຈັດການຟາຍຂໍ້ມູນຢູ່ໃນຮາດດິດ: ເປັນສິ່ງທີ່ຄວນເຮັດເປັນຢ່າງຍິ່ງ ເພາະນອກຈາກຈະເປັນການເກັບກວດພື້ນທີ່ຢູ່ພາຍໃນຄອມພິວເຕີໃຫ້ຫວ່າງຫຼາຍຂຶ້ນແລ້ວ ຍັງຊ່ວຍ ໃຫ້ທ່ານສາມາດຈັດລະບຽບຟາຍອີກທາງໜຶ່ງໃນການຫຼຸດບັນຫາການເກັບຟາຍຊໍ້າຊ້ອນກັນໄດ້ອີກດ້ວຍ.
2. ລົບຟາຍຂີ້ເຫຍື້ອ ແລະ ລົບໂປຼແກຼມ ທີ່ບໍ່ໄດ້ນໍາໃຊ້: ຟາຍຂີ້ເຫຍື້ອຢູ່ໃນທີ່ຕ່າງໆ ບໍ່ວ່າຈະເປັນ Temporary file, History ຫຼືຈະເປັນClipboard ມີສ່ວນເຮັດ ໃຫ້ລະບົບເຮັດວຽກໄດ້ຊ້າລົງ ເນື່ອງຈາກໃຊ້ຊັບພະຍາກອນຂອງຄອມພິວເຕີຫຼາຍຂຶ້ນ ການໃຊ້ Disk-Cleanup ແລະUninstall program ຈຶ່ງຊ່ວຍໃຫ້ລະບົບເຮັດ ວຽກໄດ້ຢ່າງສະດວກ.