ຄວາມຮູ້ພື້ນຖານກ່ຽວກັບ Computer


ຜົນ​ການ​ຊອກຫາ​ສຳລັບ Input Devices

1.​​ ຄອມພິວເຕີແມ່ນຫຍັງ?
          ຄອມພິວເຕີເປັນອຸປະກອນ (ເຄື່ອງຈັກ) ເອເລັກໂຕຣນິກທີ່ສາມາດຊ່ວຍຄົນເຮົາເຮັດວຽກໄດ້ຢ່າງວອ່ງໄວ ແລະ ມີປະສິດທີ່ຜົນ ຫຼື ເປັນເຄື່ອງມືທີ່ໃຊ້ໃນການປະມວນຜົນຂໍ້ມູນຂ່າວສານ. ນອກຈາກນີ້ຄອມພິວເຕີຍັງສາມາດເກັບຂໍ້ມູນໄດ້ຫຼາຍ ແລະ ເມື່ອເກັບແລ້ວມັນຍັງສາມາດເອີ້ນກັບຄືນ ຫຼື ຄັດແຍກໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວ ໂດຍການດຳເນີນການຕ່າງໆຈະເປັນໄປຕາມເງື່ອນໄຂທີ່ໂປຼແກມ ຫຼື ຊ໋ອບແວ ກຳນົດໄວ້.
 
2. ປະໂຫຍດຂອງຄອມພິວເຕີ
          ຄອມພິວເຕີຖືກນຳມາໃຊ້ປະໂຫຍດຕໍ່ກັບການດຳລົງຊີວິດປະຈຳວັນໃນສັງຄົມຢ່າງຫຼວງຫຼາຍໂດຍສ່ວນໃຫ່ຍແມ່ນຈະນຳໃຊ້ເພື່ອພິມເອກະສານ ຫຼື ວຽກງານອື່ນໆ ເຊັ່ນ: ວຽກງານທຸລະກິດ, ວິທະຍາສາດການແພດ, ຄົມມະນາຄົມ ແລະ ການສື່ສານ...
3. ໂຄງປະກອບຂອງ Computer
ໂຄງປະກອບຂອງ Computer ປະກອບມີ 2 ພາກສ່ວນໃຫ່ຍເປັນຕົ້ນຄື:
-       ພາກຮາດແວ (Hard Ware)
-       ພາກຊ໋ອບແວ (Soft Ware)
Ø  ພາກຮາດແວ (Hard Ware)

Hard Wareແມ່ນອຸປະກອນຕ່າງໆ​ທີ່​ປະກອບ​ຂື້ນ​ເປັນ​ເຄື່ອງ  Computer ມີ​ລັກສະນະ​ເປັນ​ໂຄງ​ຮ່າງ​ສາມາດ​ເບີ່​ງ​ເຫັນ​ດ້ວຍ​ຕາ ​ແລະ ສຳ​ພັດ​ໄດ້ ​ເຊັ່ນ: Monitor, Keyboard, Mouse…. ​ເຫຼົ່ານີ້ເປັນຕົ້ນ

Ø  ພາກຊ໋ອບແວ ( Soft Ware )
ໝາຍເຖີງຊຸດຄໍາສັ່ງຫຼືໂປຣແກຣມທີ່ໃຊ້ສັ່ງໃຫ້ Computerເຮັດວຽກຕາມລໍາດັບຂັ້ນຕອນການເຮັດວຽກງານເຊີ່ງຂຽນຂື້ນດ້ວຍພາສາຄອມພີເຕີຊ໋ອບແວໄດ້ແບ່ງອອກເປັນ2 ລະບົບໃຫ່ຍຄື:
1)    ລະບົບຄວບຄຸມ(Operating System : OS ) ເຊັ່ນ: Windows ME, Windows 98-2000, Windows XP, Windows Vista,7,8,8.1,10.
2)      ລະບົບການນຳໃຊ້ (Application ​System) ເຊັ່ນ:  Microsoft office, Antivirus, Font...

4.​ ສ່ວນປະກອບພື້ນຖານຂອງ Computer
ການເຮັດວຽກຂອງComputerປະກອບດ້ວຍ5 ພາກສ່ວນ​​ພື້ນຖານທີ່ສໍາຄັນຄື:
        ໜ່ວຍປະມວນຜົນກາງ( Central Processing Unit : CPU )
ເຮັດໜ້າທີ່ໃນການຄິດຄໍານວນຫຼືປະມວນຜົນຂໍ້ມູນດ້ວຍເຮັດຕາມໂປຣແກຣມທີ່ກໍານົດໄວ້ໃນໜ່ວຍຄວາມຈໍາຫຼັກໜ່ວຍປະມວນຜົນກາງແບ່ງອອກເປັນ 2ໜ່ວຍຄື:ໜ່ວຍຄວບຄຸມ (Central Processing), ໜ່ວຍຄໍານວນ ແລະຕັກກະສາ(Arithmetic Logic Uni
  ໜ່ວຍຄວາມຈໍາຫຼັກ (Main Memory)
ເປັນໜ່ວຍສໍາລັບເກັບຂໍ້ມູນ ແລະຊ໋ອບແວທີ່ໃຊ້ໃນການປະມວນຜົນ ເຊີ່ງໜ່ວຍປະມວນຜົນກາງສາມາດອ່ານ, ຂຽນຈາກໜ່ວຍຄວາມຈໍາຫຼັກຢ່າງວ່ອງໄວເຮັດໃຫ້ໜ່ວຍປະມວນຜົນກາງນໍາມາຕີຄວາມໜາຍ ແລະ ເຮັດຕາມ​.ໜ່ວຍຄວາມຈຳຫຼັກຖ້າຫາກບໍ່ມີພື້ນທີ່ເກັບຂໍ້ມູນທີ່ມີຂະໜາດພຽງພໍຈະເຮັດໃຫ້ການປະເມີນຜົນຊ້າລົງ, ໂດຍປົກກະຕິແລ້ວ​​ເພີ່ນຈະແບ່ງໜ່ວຍຄວາມຈຳຫຼັກອອກເປັນ2ປະເພດຄື: ROM ແລະRAM.

 
3        ໜ່ວຍຄວາມຈໍາສໍາຮອງ (Secondary Memory)
ໜ່ວຍຄວາມຈຳສຳຮອງ(Secondary Memory)ມີໄວ້ສຳລັບເກັບຂໍ້ມູນຫຼືຊ໋ອບແວທີ່ມີຈຳນວນຫຼາຍແລະ ຕ້ອງການນຳມາໃຊ້ອີກໃນພາຍຫຼັງຫາກຈະໃຊ້ວຽກມີການໂອນຖ່າຍຈາກໜ່ວຍຄວາມຈຳສຳຮອງມາຍັງໜ່ວຍຄວາມຈຳຫຼັກ. ໜ່ວຍຄວາມຈຳສຳຮອງຫຼືໜ່ວຍເກັບຂໍ້ມູນ(Storage)ມີໜ້າທີ່ໃນການເກັບຂໍ້ມູນທາງຄອມພິວເຕີໄວ້ ແລະ ສາມາດນຳກັບມາໃຊ້ວຽກໄດ້ອີກຕາມຄວາມຕ້ອງກາ


4        ອຸປະກອນປ້ອນ (Input Devices)
ອຸປະກອນປ້ອນຂໍ້ມູນເປັນອຸປະກອນທີ່ນໍາເອົາຂໍ້ມູນ ຫຼື  ໂປຣແກຣມເຂົ້າໄປເກັບໄວ້ໃນໜ່ວຍຄວາມຈໍາແລະໃຊ້ໃນການປະມວນຜົນ, ​ເຊິ່ງປະກອບມີຫຼາຍປະເພດເຊັ່ນ: ແປ້ນພິມ, ເມົ້າ...
5        ອຸປະກອນສະແດງຜົນ ( Output Devices ) ປະກອບດ້ວຍ: ຈໍຄອມພິວເຕີ, ລຳໂພງ, ປີ່ນເຕີ ແລະ ໂປເຈເຕີ.






No comments:

Post a Comment